Sky TV ແມ່ນຫຍັງ? ແມ່ນການບໍລິການໂທລະທັດທັນສະໄໝຜ່ານລະບົບໄອພີ ທີ່ມີຄວາມໂດດເດັ່ນໃນຫຼາຍດ້ານເຊັນ: ດ້ານພາບຈະມີທັງແບບພາບທຳມະດາ (Standard Definition – SD) ຄືກັນກັບລະບົບໂທລະທັດທົ່ວໄປທີ່ພວກທ່ານເບີ່ງຢູ່ໃນປະຈຸບັນ ແລະ ພາບທີ່ມີຄວາມຄົມຊັດສູງ (High Definition – HD), ດ້ານສ່ຽງກໍ່ຄືກັນສາມາດຟັງສຽງພາກຈິງໃນຟີມ ຫຼື ສຽງທີ່ອອກແບບ ມາໃຫ້ພວກເຮົາຄັດສັນເອົາຊ້ອງທີ່ເດັ່ນທີ່ສຸດທັງພາຍໃນ ແລະ ຕ່າງປະເທດມາໃຫ້ທ່ານຜູ້ຊົມໄດ້ສຳພັດໃນຂັ້ນຕົ້ນ 24 ຊ້ອງກ່ອນ, ໃນນີ້ມີຊ້ອງທີ່ເປັນ HD ຈຳນວນ 4 ຊ້ອງ.
ພວກເຮົາມີຄວາມຕັ້ງໃຈໃນການພັດທະນາລະບົບໂທລະທັດທີ່ທັນສະໄໝນີ້ໃຫ້ມີຈຳນວນຊ້ອງເພີ້ມຂື້ນໃຫ້ຫຼາຍກວ່າ 100 ຊ້ອງ, ໃຫ້ມີເນື້ອໃນທີ່ກວມເອົາທຸກໆມິຕິຂອງການເຄື່ອນໄຫວຂອງສັງຄົມທັງພາກລັດ ເອກະຊົນ ແລະ ທົ່ວໂລກ ເຮັດໃຫ້ຜູ້ຊົມ ໄດ້ບໍລິໂພກຂໍ້ມູນຂ່າວສານທີ່ວ່ອງໄວ່ ປອດໄພ ທັນເຫດການ ສຳຄັນກໍ່ຄື ໃຫ້ມີສາລະຄວາມຮູ້ ກໍ່ໃຫ້ເກີດຜົນປະໂຫຍດກັບຜູ້ຊົມຫຼາຍທີ່ສຸດ. ພວກເຮົາຈະປັບປຸງການບໍລິການທີ່ໂດດເດັ່ນ ແລະ ມີຄວາມລາກຫຼາຍຂອງບໍລິການໂທລະທັດທັນສະໄໝເຊັ່ນ: ການບັນທຶກລາຍການທີ່ທ່ານສົນໃຈ ແຕ່ທ່ານພາດໂອກາດໄດ້ເບິ່ງເວລາອອກອາກາດສົດ. ເພີ່ມລະບົບການໂຮງໜັງ, ລະບົບການຮ້ອງເພງຄາຣາໂອເກະ ໃນບໍລິການນີ້, ລະບົບຫ້ອງສະໝຸດ ແລະ ສື່ໂຄສະນາອື່ນໆ.
ຄວາມແຕກຕ່າງທາງດ້ານລະບົບເຕັກນິກຂອງ Sky TV ກັບຂອງໂທລະທັດແບບອື່ນ ແມ່ນ ພວກເຮົາມີຫ້ອງສົ່ງສັນຍານທີ່ຕິດຕັ້ງໃນສຳນັກງານຂອງພວກເຮົາ ເຮັດໃຫ້ເຮົາສາມາດຄຸ້ມຄອງເນື້ອໃນລາຍການໄດ້ຢ່າງສະດວກ, ລະບົບການກະຈາຍສັນຍານໂທລະທັດໄປຫາຜູ້ຊົມໃຊ້ ແມ່ນກະຈາຍໄປກັບເຄືອຂ່າຍສາຍໄຍແກ້ວ ທີ່ພວກເຮົາມີບໍລິການຫຼັກຢູ່ແລ້ວຄື ອິນເຕີເນັດຄວາມໄວສູງຕາມບ້ານ (FTTx) ສຳລັບຈຸດໃຫ້ບໍລິການ: ຈຸດເດັ່ນຂອງລະບົບເຄືອຂ່າຍ ທ່ານ ສາມາດອ່ານຂໍ້ມູນລະອຽດໄດ້ທີ່ ບໍລິການ FTTx.
ການສະໝັກໃຊ້ບໍລິການ Sky TV ແມ່ນສະບາຍຖ້າທ່ານຕິດຕັ້ງໃຊ້ ບໍລິການ FTTX ຂອງ ສະກາຍໂທລະຄົມແລ້ວ ທ່ານສາມາດສະໝັກໃຊ້ບໍລິການຜ່ານຫຼາຍຊ້ອງທາງກັບ ສະກາຍໂທລະຄົມ ເຊັ່ນໂທຫາ ສູນບໍລິການ ເບີ 021 858888 ຫຼື ທ່ານສາມາດ ກອບຂໍ້ມູນ ຊື່, ເບີພົວພັນ ແລະ ບໍລິການທີ່ທ່ານສົນໃຈ ພວກເຮົາຈະຕິດຕໍ່ຫາທ່ານເອງ. ຖ້າທ່ານຍັງບໍ່ທັນໄດ້ສະມັກໃຊ້ ບໍລິການ FTTX ຂອງພວກເຮົາ ພວກເຮົາແນະນຳໃຫ້ທ່ານ ໃຊ້ ບໍລິການເຮົາກ່ອນ ຈະເຮັດໃຫ້ທ່ານ ສາມາດສຳພັດກັບ ບໍລິການທີ່ເຕັມໄປດ້ວຍຄວາມລາກຫຼາຍຂອງເຕັກໂນໂລຊີສື່ສານອັນທັນສະໄໝ ລາຍລະອຽດທ່ານ ສາມາດອ່ານໄດ້ທີ່ ບໍລິການ FTTX.
ບໍລິການດັ່ງກ່າວນີ້ ຜູ້ຊົມໃຊ້ສາມາດສຳພັດໄດ້ເລີຍໃນຂອບເຂດເທດສະບານແຂວງ, ບັນດາເມືອງໃຫຍ່ສຳຄັນທາງດ້ານເສດຖະກິດ ແລະ ການເມືອງຂອງຊາດໃນທົ່ວປະເທດເທື່ອລະກ້າວຕາມລຳດັບ ຮັບປະກັນໄດ້ແນວທາງນະໂຍບາຍຂອງພັກ ກ່ຽວກັບການພັດທະນາການບໍລິການໄອຊີທີເປັນປາຍແຫຼມ ເພື່ອຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ ສັງຄົມຂອງຊາດແບບຍືນຍົງ.
ມາດຕະຖານການບໍລິການ
ບໍລິສັດລັດ ສະກາຍໂທລະຄົມ ເນັ້ນໜັກການບໍລິການເປັນຫຼັກ ພວກເຮົາມີລະບົບຄອນແທ້ກເຊັນເຕີ (Contact Center) ທີ່ມີພະນັກງານປະຈຳການຕະລອດ 24ຊົ່ວໂມງ ຊ່ວຍຮັບໂທລະສັບ, ແນະນຳ ວິທີການແກ້ບັນຫາ ໃຫ້ທ່ານຊ່ວຍແກ້ໄຂໃນຂັ້ນຕົ້ນກ່ອນ, ໃນກໍລະນີທີ່ບັນຫາບໍ່ເກີດຂື້ນຈາກການນຳໃຊ້ທີ່ບໍ່ຖຶກກັບເປົ້າໝາຍ ຫຼື ການນຳໃຊ້ບໍ່ໄປຕາມລະບົບເຕັກນິກທີ່ຕິດຕັ້ງໄວ້ ຫຼື ມີຂໍຜິດພາດຂອງອຸປະກອນທີ່ນຳໃຊ້ກັບລະບົບເຕັກນິກ ພວກເຮົາຈະຕ້ອງໄດ້ສົ່ງວິຊາການທີ່ກ່ຽວຂ້ອງ ອອກໄປຫາທ່ານເພື່ອຊ່ວຍແກ້ໄຂບັນຫາການບໍລິການ ໃຫ້ສາມາດກັບຄືນມາໃຊ້ງານໄດ້ຄືເກົ່າ, ໃນໄລຍະນີ້ ພວກເຮົາຕ້ອງສະແດງຄວາມເສຍໃຈນຳທ່ານຕໍ່ກັບການໃຊ້ງານລະບົບເຕັກນິກບໍ່ໄດ້ ແລະ ຂໍຄວາມກະລຸນາຈາກທ່ານເປັນຢ່າງຍີ່ງໃນການຮ່ວມມືກັບພວກເຮົາ ເພື່ອຕິດຕາມການແກ້ໄຂບັນຫາໃນບ້ານຂອງທ່ານກັນທິມງານພວກເຮົາຈົນສຳເລັດ. ຖ້າວ່າບັນຫາບໍລິການເກີດຢູ່ຂ້າງນອກບ້ານຂອງທ່ານ ພວກເຮົາສັນຍາວ່າຈະໃຊ້ທຸກກຳລັງແຮງຂອງຕົນສຸມໃສ່ແກ້ໄຂໃຫ້ສຳເລັດໃນເວລາອັນສັ້ນທີ່ສຸດ.
- ອັດຕາຄ່າບໍລິການ
- ເງືອນໄຂການສະໝັກ
ຕ້ອງດຳລົງຊີວິດໃນສປປ ລາວ ແລະ ຈະດໍາລົງຊິວິດຕໍ່ໄປ, ມີສະຖານທີ່ຢູ ຊັດເຈນຕ້ອງມີລະບົບອຸປະກອນທີ່ຕ້ອງການໃຊ້ບໍລິການນີ້ເຊັ່ນ: ຄອມພີເຕີ, ໂນດບຸກ, ແທັບແລດ, ສະມາດໂຟນ ແລະ ອຸປະກອນທີ່ໃຊ້ອິນເຕີເນັດແບບອື່ນໆ.