ສູນຮັບຝາກຂໍ້ມູນ

  • ຫ້ອງ Data Center ຂອງ ສກທ ແມ່ນຫຍັງ ?
    Data Center ຄືຫ້ອງທີ່ຖຶກອອກແບບມາ ເພື່ອເປັນທີ່ພັກຂອງເຄື່ອງອຸປະກອນ ໄອທີຊື່ງເຮົາເອີ້ນກັນວ່າ Server ບໍ່ວ່າຈະເປັນ ອຸປະກອນ Web Hosting, Super computer ລວມໄປເຖິງ Switches / Router ຫ້ອງ Data Center ຖຶກອອກແບບມາເພື່ອຮອງຮັບ ກັບການເຮັດວຽກຂອງລະບົບ Server ໃຫ້ມີຄວາມສະຖຽນ ແລະ ມີປະສິດທິພາບເພື່ອເຮັດໃຫ້ອຸປະກອນມີອາຍຸການໃຊ້ງານໄດ້ຍາວນານ ແລະ ມີຄວາມປິດລັບ ປອດໄຟໃນລະດັບສາກົນ
  • ມາດຕະຖານຂອງສູນຝາກຂໍ້ມູນ
  1. ບໍລິການ ສູນຝາກຂໍ້ມູນ
  2. ລະບົບຄວບຄຸມຄວາມຊຸ່ມ ລະບົບ GND

data-center

  • ລະບົບໄຟຟ້າທີ່ທັນສະໄໝ
  1. ໝໍ້ໄຟ ສຳຮອງຈຳນວນ 2 ຊຸດ
  2. ລະບົບຈຸດຜັກໄຟຟ້າ
  3. ໝໍ້ແປງໄຟຟ້າຂະໜາດ 500KVA ຈຳນວນ 2 ເຄື່ອງ
  4. ຈັກປັນໄຟ ຈຳນວນ 2 ເຄື່ອງ
  5. ການເຮັດວຽກຂອງລະບົບແອເຢັນ

data-center

  • ລະບົບຄວບຄຸມຈໍ Monitor ແລະ Access Control / CCTV ການເຝົ້າລະວັງ
  1. ລະບົບຄວາມປອດໄພ  CCTV  ປະຈຳຕະຫຼອດ 24 ຊົ່ວໂມງ
  2. ລະບົບກວດກາຄວາມປອດໄຟ
  3. ລະບົບລ໋ອກປະຕູທາງເຂົ້າອອກ
  4. ລະບົບແຈ້ງເຕືອນອັກຄີໄພ
  5. ລະບົບແຈ້ງເຕືອນຕ່າງໆ

  • ອະທິບາຍເພີ່ມເຕີມ

ສກທ ມີ​ລະບົບ​ສູນ​ຮັບ​ຟາກ​ຂໍ້​ມູນ (Datar Center) ​ເພື່ອ​ຮັບ​ຝາກ​ອຸປະກອນ​ໄອ​ທີ​ ທຸກ​ປະ​ເພດ​ເຊັ່ນ: ລະບົບ Server Web Hosting ​ແລະ ອຸປະກອນ​ໄອ​ທີ​ຕ່າງໆ . ​ເພີ່ມ​ປະສິດທິພາບ​ໃນ​ການ​ເຮັດ​ວຽກ​ລະບົບ​ອຸປະກອນ​ເຄື່ອງ​ຂອງ​ທ່ານ, ປະ​ຍັດ​ເວລາ ​ແລະ ການ​ລົງ​ທຶນ​ກໍ່ສ້າງ, ບໍ່​ວ່າ​ທ່ານ​ຈະ​ຢູ່​ພາຍ​ໃນ​ ຫຼື​ ຕ່າງປະ​ເທດ​ກໍ່​ສາມາດ​ຝາກ​ນໍາ​ພວກ​ເຮົາ​ໄດ້, ສກທ ມີ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ ໄວ້​ຄ່ອຍ​ບໍລິການ​ທ່ານ ມີ​ຄວາມ​ປິດ​ລັບ​ປອດ​ໄພ​ສູງ ​ໃນ​ລະດັບ​ສາກົນ ​ແລະ ມີ​ປະສິດທິພາບ​ການ​ໃຊ້​ພະລັງງານ, ການ​ປ່ອຍ​ກ໊າສອົກ​ຊີ​ຕໍ່າບໍ່​ກະທົບ​ກັບ​ສະພາບ​ເວດ​ລ້ອມ

  • ອະທິບາຍເພີ່ມເຕີມລາຍລະອຽດຂອງຫ້ອງ (Data Center)
  • ລະບົບ​ໄຟຟ້າ​ທີ່​ທັນ​ສະ​ໄໝ
  • ໝໍ້​ໄຟ​ສໍາຮອງ​ຈໍານວນ​ 2 ​ຊຸດ (UPS)
  • ຈັກ​ປັ່ນ​ໄຟຟ້າ​ຈໍານວນ 2 ​ເຄື່ອງ
  • ຂະໜາດ​ໝໍ້​ແປງ 500KV 2 ​ເຄື່ອງ (ນໍາ​ໃຊ້​ລະບົບ​​ໄຟຟ້າ​ມາ​ຈາກ 2 ສະຖານີ)
  • ລະບົບ​ແອ​ທີ່​ທັນ​ສະ​ໄໝ ​ແລະ ດູດ​ຄວາມ​ຊຸ່ມ​ອອກ
  • ອຸນຫະພູມ​ຂອງ​ຫ້ອງ​ໄດ້​ມາດຕະຖານ ​ແລະ ມີ​ພະນັກງານ​ປ້ອງ​ກັນ​ຄວາມ​ປອດ​ໄພ ​ເຂົ້າ-​ອອກຕະຫຼອດ 24 ຊົ່ວ​ໂມງ
  • ມີ​ລະບົບ​ຄຸມ​ຈໍ Monitor ຕະຫຼອດ 24 ຊົ່ວ​ໂມງ
  • ລະບົບ​ກ້ອງ​ວົງ​ຈອນ​ປິດ​ທີ່​ທັນ​ສະ​ໄໝ CCTV ສາມາດບັນທຶກເຫດການຕ່າງໆໄດ້ ໃນໄລຍະ 3 ເດືອນ
  • ມີ​ລະບົບ​ລ໋ອກປະຕູ​ທີ່​ທັນ​ສະໄໝ
  • ມີລະບົບແຈ້ງເຕືອນອັກຄິໄຟ

ທາງ ສກທ ຍັງມີລະບົບສາຍສົ່ງ ເຊື່ອມຕໍ່ຈາກຫ້ອງ DATA ຂອງ ສກທ ຫາ ຫ້ອງການລູກຄ້າໂດຍບໍ່ມີຄ່າໃຊ້ຈ່າຍໃດໆທັງນັ້ນ

ໃຫ້ບໍລິການ ແລະ ສ້ອມແປງຕະຫຼອດ 24 ຊົ່ວໂມງ

ດາວໂຫຼດຂໍ້ມູນ ແລະ ແບບຟອມສະໝັກ